ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຮອງຫົວໜ້າ ກົມໃຫຍ່ເສນາທິການກອງທັບ
ພົບປະໂອ້ລົມພະນັກງານຫຼັກແຫຼ່ງກອງບັນຊາການທະຫານແຂວງບໍ່ແກ້ວ


     ວັນທີ 1 ທັນວາ 2023 ນີ້, ສະຫາຍ ພົນຕີ ວັນທອງ ບຸດຕະວົງ ກຳມະການຄະນະພັກກະຊວງ ປ້ອງກັນປະເທດ, ຮອງຫົວໜ້າ ກົມ
ໃຫຍ່ເສນາທິການກອງທັບ ພ້ອມຄະນະ ໄດ້ເຄື່ອນໄຫວພົບປະໂອ້ລົມພະນັກງານຫຼັກແຫຼ່ງ ກອງບັນຊາການທະຫານແຂວງບໍ່ແກ້ວ, ມີສະ
ຫາຍ ພົນຈັດຕະວາ ບຸນມີ ພາມີໄຊ ກຳມະການຄະນະປະຈຳພັກແຂວງ, ເລຂາຄະນະພັກ, ຫົວໜ້າ ການເມືອງກອງບັນຊາການທະຫານ
ແຂວງບໍ່ແກ້ວ ພ້ອມດ້ວຍຄະນະພັກ-ຄະນະບັນຊາ 6 ຫ້ອງ, 5 ກອງບັນຊາການທະຫານເມືອງ, 2 ກອງພັນ, ໂຮງຮຽນ, ໂຮງໝໍ, ກອງ
ຮ້ອຍ ເອກະລາດທົ່ວກອງບັນຊາການທະຫານແຂວງ ເຂົ້າຮ່ວມ.

     ສະຫາຍ ຮອງຫົວໜ້າ ກົມໃຫຍ່ເສນາທິການກອງທັບ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຄະນະພັກ-ຄະນະບັນຊາ ແຕ່ລະຂັ້ນທີ່ໄດ້
ເອົາໃຈໃສ່ນຳພາ-ຊີ້ນຳ ກົມກອງ ໃນໄລຍະຜ່ານມາສາມາດ ເຮັດໃຫ້ສະພາບພາຍໃນແຂວງ ມີຄວາມສະຫງົບໂດຍພື້ນຖານ ພ້ອມທັງເນັ້ນ
ໜັກໃຫ້ເອົາໃຈໃສ່ ສຶກສາອົບຮົມການເມືອງ-ນຳພາແນວຄິດ ໃຫ້ພະນັກງານ-ນັກຮົບ ຢູ່ໃນກົມກອງໄດ້ຮັບຮູ້ເຊື່ອມຊຶມ, ເຂົ້າໃຈ, ກຳແໜ້ນ
ຕໍ່ແນວທາງຂອງປ່ຽນແປງໃໝ່ຂອງພັກ, ລະບຽບກົດໝາຍຂອງລັດ, ຂໍ້ກຳນົດ, ກົດລະບຽບ ຂອງກອງທັບ ໂດຍສະເພາະແມ່ນຈັດຕັ້ງປະ
ຕິບັດ 7 ລະບອບ 18 ວຽກ ຂອງກອງທັບ ວາງອອກ ໃຫ້ເຂັ້ມງວດ, ເປັນເຈົ້າການເພີ່ມທະວີວຽກງານປະຈຳການກຽມພ້ອມສູ້ຮົບ 3 ຂັ້ນ
ໃຫ້ເປັນປົກກະຕິ, ພ້ອມກັນປົກປັກຮັກສາ ແລະ ບົວລະບັດຜັດເຊັດວັດຖຸ, ພາຫະນະຮັບໃຊ້, ອາວຸດຍຸດໂທປະກອນຕ່າງໆ ຂອງກົມກອງ
ໃຫ້ນຳໃຊ້ໄດ້ຍາວນານ, ເອົາໃຈໃສ່ຕ້ານ ແລະ ສະກັດກັ້ນບັນດາປະກົດການຫຍໍ້ທໍ້ ໃນສັງຄົມ ໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ ດ້ວຍ
ການຈັດຕັ້ງຜັນຂະຫຍາຍເອກະສານ ວ່າດ້ວຍ 2 ວາລະແຫ່ງຊາດ ໃຫ້ທົ່ວເຖິງ, ປັບປຸງກໍ່ສ້າງພະນັກງານ-ນັກຮົບ ໃຫ້ມີຄວາມເຂັ້ມແຂງ
ໜັກແໜ້ນ, ຕິດພັນກັບການກໍ່ສ້າງພັກ-ພະນັກງານຮຸ່ນສືບທອດ ໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ ເພື່ອ
ພັດທະນາຕົນເອງ ແລະ ພັດທະນາກົມກອງ ໃຫ້ມີແບບແຜນທັນສະໄໝ.

ແຫຼ່ງຂ່າວໂດຍ ວໍລະສິດ ພິດສະຫາຍ
ວັນທີ 11/12/2023